• Home
  • ຂ່າວສານກິລາ
  • Premier League
  • ສາຍເລືອດປີສາດເເດງ! ລູກຊາຍຂອງ ຣູນີ້ (Rooney) ແລະ ຄາຣ໌ຣິກ (Carrick) ເຊັນສັນຍາທຶນກັບແມນຢູ (Manchester United)ແລ້ວ.

ສາຍເລືອດປີສາດເເດງ! ລູກຊາຍຂອງ ຣູນີ້ (Rooney) ແລະ ຄາຣ໌ຣິກ (Carrick) ເຊັນສັນຍາທຶນກັບແມນຢູ (Manchester United)ແລ້ວ.

 

ໄຄ ຣູນີ້ (Kai Rooney) ລູກຊາຍຂອງ ເວຍ໌ນ ຣູນີ້ (Wayne Rooney), ແລະ ເຈຊີ້ ຄາຣ໌ຣິກ (Jesse Carrick), ລູກຊາຍຂອງ ໄມເຄິນ ຄາຣ໌ຣິກ(Michael Carrick), ໄດ້ເຊັນສັນຍາທຶນກັບ ແມນຢູ(Manchester United) ຢ່າງເປັນທາງການ.

ທັງສອງເຕີບໃຫຍ່ມາຢູ່ໃນສະຖາບັນການສຶກສາຂອງ ປີສາດເເດງ ຕັ້ງເເຕ່ຍັງນ້ອຍ ກ່ອນທີ່ຈະກ້າວໄປສູ່ບາດກ້າວທີ່ສຳຄັນອີກບາດກ້າວໜຶ່ງໃນອາຊີບບານເຕະຂອງເຂົາເຈົ້າໂດຍການເຂົ້າຮ່ວມໂຄງການທຶນການສຶກສາຂອງສະໂມສອນ.

ຮູບພາບທີ່ຖືກແຊຮ໌ອອກມາໄດ້ເຮັດໃຫ້ແຟນໆຂອງ ແມນຢູ ຍິ້ມຂຶ້ນມາທັນທີ, ຍ້ອນວ່າເດັກຊາຍສອງຄົນຈາກສະໄໝກ່ອນໃນຊຸດຝຶກຊ້ອມສີແດງຂອງເຂົາເຈົ້າ

ໃນມື້ນີ້ຢືນຖືເສື້ອ Manchester United ທີ່ມີນາມສະກຸນທີ່ຄຸ້ນເຄີຍຂອງເຂົາເຈົ້າເປັນຢ່າງດີ.

ຄົນໜຶ່ງແມ່ນຜູ້ສືບທອດຂອງນັກເຕະທີ່ຍິງປະຕູໄດ້ຫຼາຍທີ່ສຸດຕະຫຼອດການຂອງສະໂມສອນ,

ອີກຄົນໜຶ່ງແມ່ນຜູ້ສືບທອດຂອງກອງກາງຜູ້ທີ່ເປັນຫົວໃຈທີ່ງຽບສະຫງົບຂອງຍຸກທອງຂອງ ເຊີຮ໌ ອາເລັກ ເຟີກູສັນ(Sir Alex Ferguson).

ເຖິງເເມ່ນວ່າເສັ້ນທາງໄປສູ່ທີມໃຫຍ່ຂອງເຂົາເຈົ້າຍັງຍາວໄກ, ແລະນາມສະກຸນຂອງເຂົາເຈົ້າບໍ່ໄດ້ຮັບປະກັນຄວາມສຳເລັດໃນສະໜາມ,

ສຳລັບແຟນໆຂອງປີສາດເເດງ, ນີ້ແມ່ນຮູບພາບທີ່ເຕັມໄປດ້ວຍຄວາມໝາຍ.

ຈາກພໍ່ສູ່ລູກຊາຍ.

ຈາກຄວາມຊົງຈຳຂອງອະດີດ…ສູ່ບົດໃໝ່ຂອງຄວາມຫວັງທີ່ Old Trafford

Facebook
WhatsApp

ບົດຄວາມທີ່ກ່ຽວຂ້ອງ

IMG_1114
IMG_1110
IMG_1087
IMG_1080