• Home
  • ຂ່າວສານກິລາ
  • ເຕະບານໂລກ FIFA
  • ເອີລິ້ງ ຮາແລນ ເໝົາສອງປະຕູ ພາ ທັບນັກຮົບເຮືອໄວກິ້ງ ນໍຣແວ ເອົາຊະນະ ທັບແຊມບ້າ ບຣາຊິວ ອະດີດແຊ້ມໂລກ 5 ສະໄໝ 2-1❗ເຂົ້າຮອບ 8 ທີມສຸດທ້າຍ ບານໂລກ 2026

ເອີລິ້ງ ຮາແລນ ເໝົາສອງປະຕູ ພາ ທັບນັກຮົບເຮືອໄວກິ້ງ ນໍຣແວ ເອົາຊະນະ ທັບແຊມບ້າ ບຣາຊິວ ອະດີດແຊ້ມໂລກ 5 ສະໄໝ 2-1❗ເຂົ້າຮອບ 8 ທີມສຸດທ້າຍ ບານໂລກ 2026

ຮອບ 16 ທີມສຸດທ້າຍ  ບຣາຊິວ ໄດ້ຈຸດໂທດ ມາຕີອຸສ ຄຸນຢ້າ ຖືກກອງຫລັງ ນໍຣເເວ ເຕະສະກັດບານຊ້າໃນກອບເຂດໂທດ ແຕ່ ບຣູໂນ້ ກີມາໄລ້ ຍິງໄປຕູເຊັບ ອໍຢານ ນີແລນ ຜູ້ຮັກສາປະຕູ ນໍຣເວ ນາທີ 14′, ແຕ່ ນໍຣແວ ມາໄດ້ສອງປະຕູຈາກ ເອີລິ້ງ ຮາແລນ ນາທີ 79′, 90′, ບຣາຊິວ ມາໄດ້ຈຸດໂທດທີສອງໃນເກມນີ້ ເນຣມາ ສັງຫານບໍ່ພາດ ນາທີ 90’+10.

ເອີລິ້ງ ຮາແລນ ຍິງສອງປະຕູໃນນັດນີ້ ເປັນປະຕູທີ 7 ໃນບານໂລກ 2026 ຫຍັບຂຶ້ນເປັນດາວຍິງສູງສຸດຮ່ວມເທົ່າກັບ ເລໂອເນວ ເມັສຊີ້ ກອງໜ້າຫົວທີມ ທີມຊາດອາເຈນຕິນ້າ ແລະ ຄີລຽນ ເອັມບັບເປ້ ກອງໜ້າຫົວທີມ ທີມຊາດຝຣັ່ງ.

ຮອບ 8 ທີມສຸດທ້າຍ ນໍຣແວ ລໍຖ້າພົບກັບຜູ້ຊະນະລະຫວ່າງ ເມັກຊິໂກ້ ພົບ ອັງກິດ ແຂ່ງເວລາ 7:00

Facebook
WhatsApp

ບົດຄວາມທີ່ກ່ຽວຂ້ອງ

IMG_1114
IMG_1110
IMG_1087
IMG_1080