• Home
  • Football News
  • FIFA WORLD CUP
  • ⚽🏴󠁧󠁢󠁥󠁮󠁧󠁿 ທີມຊາດອັງກິດ 10 ຄົນ ເອົາຊະນະ ທີມຊາດເມັກຊິໂກ້ ເຈົ້າພາບຮ່ວມ 3-2 ເດີນໜ້າເຂົ້າຮອບ 8 ທີມສຸດທ້າຍ ບານໂລກ 2026

⚽🏴󠁧󠁢󠁥󠁮󠁧󠁿 ທີມຊາດອັງກິດ 10 ຄົນ ເອົາຊະນະ ທີມຊາດເມັກຊິໂກ້ ເຈົ້າພາບຮ່ວມ 3-2 ເດີນໜ້າເຂົ້າຮອບ 8 ທີມສຸດທ້າຍ ບານໂລກ 2026

ຮອບ 16 ທີມສຸດທ້າຍ ຄູ່ທີ 4 ກອງທັບ ສາມພະຍາສິງ ທີມຊາດອັງກິດ ດວນກັບ ທີມຊາດເມັກຊິໂກ້  ເຈົ້າພາບຮ່ວມ ໄດ້ຢ່າງລະທຶກໃຈ, ອັງກິດ ເປັນຝ່າຍຂຶ້ນນຳກ່ອນສອງປະຕູຈາກ ຈຸ໊ດ ເບວລິ້ງແຮມ ກອງກາງຈາກ ຣຽວ ມາດຣິດ ໂດຍໄດ້ສອງປະຕູໃນສອງນາທີ: 36′, 38′ ຈາກນັ້ນທ້າຍຕັ້ງທີໜຶ່ງ ເມັກຊິໂກ້ ມາໄດ້ປະຕູຄວາມຫວັງຈາກ ຢູລຽນ ຄີໂຢເນັສ ນາທີ 42′.

ເຄິ່ງຫລັງ ອັງກິດ ເຫລືອຜູ້ຫລິ້ນ 10 ຄົນ ເມື່ອ ຈາເຣວ ກວນຊ້າ ແບັກຂວາໄດ້ບັດແດງໂດຍກົງຈາກຈັງຫວະວາງດຸມໃສ່ຄູ່ຕໍ່ສູ້ ຜູ້ຕັດສິນເບິ່ງ VAR ຈົກບັດແດງໃຫ້ທັນທີ, ແຕ່ 10 ຄົນ ຂອງອັງກິດ ມາໄດ້ປະຕູທີ 3 ຈາກການສັງຫານຈຸດໂທດຂອງ ຫົວໜ້າທີມ ແຮຣີ້ ເຄນ ນາທີ 60′ ແລະ ເປັນປະຕູທີ 6 ໃນບານໂລກຄັ້ງນີ້ ຕາມຫລັງ ເມັສຊີ້, ເອັມບັບເປ້ ແລະ ຮາແລນ ພຽງ 1 ປະຕູ ແລະ ເປັນປະຕູທີ 14 ໃນບານໂລກຮອບສຸດທ້າຍຂອງກອງໜ້າໄວ 32 ປີ ພ້ອມກັບເພີ່ມສະຖິຕິຍິງປະຕູໃຫ້ທີມຊາດອັງກິດຫລາຍສຸດ 85 ປະຕູ ຈາກ 119 ນັດ.

ຈາກນັ້ນ 9′ ນາທີຕໍ່ມາ ເມັກຊິໂກ້ ໄດ້ຈຸດໂທດຄືນ ຣາອູ ຢີມີເນັຊ ຮັບໜ້າທີ່ສັງຫານເປັນປະຕູທີສອງຂອງ ເມັກຊິໂກ້ ໃນນາທີ 69′ ເວລາທີ່ເຫລືອເຖິງວ່າ ເມັກຊິໂກ້ ຈະພະຍາຍາມບຸກຢ່າງໜັກ ແຕ່ບໍ່ສາມາດໄດ້ປະຕູເພີ່ມ ຈົບເກມ ອັງກິດ 10 ຄົນ ຊະນະ ເມັກຊິໂກ້ ແບບຫວຸດວິດ 3-2 ເຂົ້າຮອບ ຮອບ 8 ທີມສຸດທ້າຍ ເປັນຄັ້ງທີ 3 ຕິດຕໍ່ກັນ.

ຮອບ 8 ທີມສຸດທ້າຍ ອັງກິດ ໄປພົບກັບ ນໍຣແວ (ນອກແວ) ທີ່ເອົາຊະນະ ບຣາຊິວ (ເບຣຊິນ) ອະດີດແຊ້ມໂລກ 5 ສະໄໝ 2-1 ຈະແຂ່ງຂັນເຊົ້າວັນທີ 12 ກໍລະກົດນີ້ ເວລາ 4:00.

Facebook
WhatsApp

Related Posts

IMG_0970
IMG_0966
IMG_0960
IMG_0951

Trending News

🥹 ຊີວິດຈິງທີ່ຍິ່ງກວ່ານິຍາຍ ຈາກນັກເຕະທີ່ເຄີຍໄດ້ຮັບເງິນພຽງ 1,000 ໂດລາ ໃນວັນນັ້ນ ເປັນເລື່ອງໜ້າເຫຼືອເຊື່ອທີ່ມື້ນີ້ ລາວກຳລັງຈະກາຍເປັນນັກເຕະຄົນໃໝ່ຂອງ ຣີລ ມາດຣິດ ດ້ວຍຄ່າຕົວສູງເຖິງ 100 ລ້ານເອີໂຣ 🔥