ເກເຕແລເຣີ ຈັດສອງປະຕູ 1 ແອັສຊິດ ພາ ເບວຢ້ຽມ (ແບນຊິກ) ດັບຝັນ ສະຫະລັດ ອາເມຣິກາ 4-1 ❗️ ເຂົ້າຮອບ 8 ທີມສຸດທ້າຍ ບານໂລກ 2026 ‼️
ນັດນີ້ ເຖິງວ່າ: ເຈົ້າພາບຮ່ວມ ສະຫະລັດ ອາເມຣິກາ ໄດ້ ຟາໂລຣິນ ບາໂລກັນ ກັບມາຊ່ວຍທີມ ແຕ່ເກມເປັນຮອງ ປີສາດແດງ.ເອີຣົບ ເສຍໄປ 1-4 ແບນຊິກ ໄດ້ປະຕູຈາກ ຊາວ ເດີ ເກເຕແລເຣີ ກອງໜ້າຈາກ ອັດຕາລັນຕ້າ ສອງປະຕູ, ຮານສ໌ ວາເນເກັນ ແລະ ໂຣເມລູ ລູກາກູ ຜູ້ລະປະຕູ, ສ່ວນ ອາເມຣິກາ ໄດ້ໜຶ່ງປະຕູຈາກ ມາລິກ ທິວແມ້ນ.
ແບນຊິກ ຊະນະ ອາເມຣິກາ 7 ນັດລວດ ເຂົ້າຮອບ 8 ທີມສຸດທ້າຍ ເປັນຄັ້ງທີ 3 ຕໍ່ຈາກປີ 2018 ໄປພົບກັບ ທີມຊາດສະເປນ (ແອັສປາຍ) ທີ່ຊະນະ ທີມຊາດໂປຕູເກດ (ປັອກຕຸຍການ) ແບບຫວຸດວິດ 1-0 ຈະແຂ່ງຂັນເຊົ້າວັນທີ 11 ກໍລະກົດນີ້ ເວລາ 2:00.









