• Home
  • Football News
  • Premier League
  • ສະໂມສອນແມນເຊສເຕີ ຊິຕີ້ ໄດ້ປະກາດຢ່າງເປັນທາງການກ່ຽວກັບການເຊັນສັນຍາກັບ ເຈເຣມີ ມ່ອງກ້າ ມາຮ່ວມທີມ

ສະໂມສອນແມນເຊສເຕີ ຊິຕີ້ ໄດ້ປະກາດຢ່າງເປັນທາງການກ່ຽວກັບການເຊັນສັນຍາກັບ ເຈເຣມີ ມ່ອງກ້າ ມາຮ່ວມທີມ

ຢ່າງເປັນທາງການ! 🚨

ສະໂມສອນແມນເຊສເຕີ ຊິຕີ້ ໄດ້ປະກາດຢ່າງເປັນທາງການກ່ຽວກັບການເຊັນສັນຍາກັບ ເຈເຣມີ ມ່ອງກ້າ ມາຮ່ວມທີມ ປີກໜຸ່ມທີ່ມີພອນສະຫວັນຈາກ ເລສເຕີ ຊິຕີ້ ດ້ວຍສັນຍາ 5 ປີ.

ລາຍງານລະບຸວ່າ ຊາຍໜຸ່ມອາຍຸ 17 ປີ ໄດ້ຍ້າຍໄປຫຼິ້ນຢູ່ສະໜາມກິລາເອທິຮັດ ດ້ວຍຄ່າຕົວເບື້ອງຕົ້ນປະມານ 10 ລ້ານປອນ, ພ້ອມດ້ວຍເງື່ອນໄຂໂບນັດທີ່ກ່ຽວຂ້ອງກັບຜົນງານເພີ່ມເຕີມ.

ມ່ອງກ້າ ຫາກໍ່ມີອາຍຸຄົບ 17 ປີໃນມື້ກ່ອນການຍ້າຍທີມ ແລະ ຖືກຖືວ່າເປັນໜຶ່ງໃນນັກເຕະທີ່ມີພອນສະຫວັນທີ່ສຸດໃນບານເຕະອັງກິດ. ລາວໄດ້ສ້າງປະຫວັດສາດໃນຖານະເປັນຜູ້ຍິງປະຕູທີ່ໜຸ່ມທີ່ສຸດໃນປະຫວັດສາດຂອງແຊ້ມປ້ຽນຊິບ.

ໃນຊ່ວງເວລາທີ່ລາວຢູ່ທີ່ ເລສເຕີ ຊິຕີ້, ມ່ອງກ້າ ໄດ້ຮັບໂອກາດກ້າວສູ່ທີມຊຸດໃຫຍ່ຕັ້ງແຕ່ຍັງນ້ອຍ, ກ່ອນທີ່ຜົນງານຂອງລາວຈະດຶງດູດຄວາມສົນໃຈຂອງ ແມນເຊສເຕີ ຊິຕີ້, ເຊິ່ງເດີນຫນ້າຄວ້າໂຕເຂົ້າມາຮ່ວມທີມເພື່ອເປັນຜູ້ຫຼິ້ນທີ່ສຳຄັນໃນອະນາຄົດ.

Facebook
WhatsApp

Related Posts

IMG_0970
IMG_0966
IMG_0960
IMG_0951

Trending News

🥹 ຊີວິດຈິງທີ່ຍິ່ງກວ່ານິຍາຍ ຈາກນັກເຕະທີ່ເຄີຍໄດ້ຮັບເງິນພຽງ 1,000 ໂດລາ ໃນວັນນັ້ນ ເປັນເລື່ອງໜ້າເຫຼືອເຊື່ອທີ່ມື້ນີ້ ລາວກຳລັງຈະກາຍເປັນນັກເຕະຄົນໃໝ່ຂອງ ຣີລ ມາດຣິດ ດ້ວຍຄ່າຕົວສູງເຖິງ 100 ລ້ານເອີໂຣ 🔥