ບານໂລກ 2026 ຮອບ 4 ທີມສຸດທ້າຍ ຄູ່ທີໜຶ່ງ ທີມຊາດຝຣັ່ງ ແຊ້ມ 3 ສະໄໝ ທັງເປັນຮອງແຊ້ມຄັ້ງຜ່ານມາ ປະທະກັບ ທີມຊາດສະເປນ ແຊ້ມ 1 ສະໄໝ ທີ່ຍັງບໍ່ເສຍມາ 36 ນັດຕິດຕໍ່ກັນ.
ຄູ່ນີ້ ພຽງແຕ່ສຽງໝາກຫວີດດັງຂຶ້ນ ເດີນເກມແລກກັນຕາມຊົງບານທີ່ເປັນເອກະລັກຂອງທັງສອງ ເກມດຳເນີນມາເຖິງນາທີ 22′ ສະເປນ ມາໄດ້ຈຸດໂທດຈາກຈັງຫວະ ລູກ້າ ດິນ ສະກັດບານພາດ ໄປເຕະເອົາ ລາມິນ ຢາມາວ ໃນເຂດໂທດ ແລະ ເປັນ ມິເກວ ໂອຢາຊາບາວ ຮັບໜ້າທີ່ສັງຫານເປັນປະຕູຂຶ້ນທຳອິດຂອງເກມນີ້, ຈົບເຄິ່ງເວລາທຳອິດ ສະເປນ ນຳ ຝຣັ່ງ 1-0.
ເຄິ່ງຫລັງ ຝຣັ່ງ ພະຍາຍາມແກ້ເກມ ແຕ່ຍັງບໍ່ສາມາດເຈາະປະຕູ ສະເປນ ໄດ້ ໂດຍສະເພາະ 5 ຕົວບຸກອັນຕະລາຍຢ່າງ ຄີລຽນ ເອັມບັບເປ້, ອຸສມານ ເດັມເບເລ້, ໄມເຄິນ ໂອລີເຊ້, ເດຊີເຣ່ ດູເອ້ ລວມທັງ ແບຣດລີ້ ບາໂຄລ້າ ຕ້ອງບອກວ່າ: ຖືກເກມຮັບ ສະເປນ ຫັກປືນ ໂອກາດຍິງເກືອບບໍ່ມີ.
ຈາກນັ້ນ ສະເປນ ມາໄດ້ປະຕູທີສອງໃນນາທີ 58′ ຈາກຈັງຫວະສວນກັບ ການຊິງບານ 1-2 ລະຫວ່າງ ເປໂດຣ ປໍໂຣ້ ແລະ ດານີ້ ໂອໂມ້ ແລະ ເປັນ ປໍໂຣ້ ຊັດປະຕູທີສອງຢ່າງສວຍງາມ ເປັນປະຕູປິດທ້າຍໃຫ້ ກອງທັບກະທິງດຸ ຫັກຄໍ ກອງທັບກາໄກ່ 2-0 ກ້າວສູ່ຮອບຊິງຊະນະເລີດເປັນ ຄັ້ງທີ 2 ໃນຮອບ 16 ປີ ຕໍ່ຈາກປີ 2010 ທີ່ໄດ້ແຊ້ມສະໄໝທຳອິດ.
ສະຖິຕິທີ່ໜ້າສົນໃຈຫລັງຈົບເກມນີ້:
ຝຣັ່ງ ພາດໂອກາດສ້າງສະຖິຕິເປັນທີມທີ 3 ທີ່ສາມາດເຂົ້າຊິງ ບານໂລກ 3 ຄັ້ງຕິດຕໍ່ກັນ.
ສະເປນ ສ້າງສະຖິຕິບໍ່ເສຍຕໍ່ເນື່ອງດົນສຸດ 37 ນັດຕິດຕໍ່ກັນ ເປັນສະຖິຕິໃໝ່ຂອງທີມ.
ສະເປນ ຊະນະ ຝຣັ່ງ ໃນຮອບ 4 ທີມສຸດທ້າຍ 3 ລາຍການໃຫຍ່ 3 ນັດລວດ: ຢູໂຣ 2024, ຢູຟ້າ ເນຊັ່ນລີກ 2025 ແລະ ບານໂລກ 2026.
ອູໄນ ຊີມ້ອນ ຜູ້ຮັກສາປະຕູທີມຊາດແອັສປາຍ ສ້າງສະຖິຕິບໍ່ເສຍປະຕູໃນບານໂລກຮອບສຸດທ້າຍຫລາຍສຸດຕໍ່ການແຂ່ງຂັນ 1 ຄັ້ງ ລວມ 6 ນັດ ມາແຕ່ຮອບແບ່ງກຸ່ມ ເສຍປະຕູພຽງນັດດຽວ ໃນຮອບ 8 ທີມສຸດທ້າຍ ນັດທີ່ຊະນະ ເບວຢ້ຽມ 2-1.
ມິເກວ ໂອຢາຊາບາວ ກາຍເປັນນັກເຕະສະເປນ ທີ່ຍິງປະຕູໃນບານໂລກຮອບສຸດທ້າຍຫລາຍສຸດ 5 ປະຕູ ຕໍ່ການແຂ່ງຂັນບານໂລກ 1 ຄັ້ງ.
ລາມິນ ຢາມາວ ຍັງຄົງບໍ່ເສຍໃຫ້ ຄີລຽນ ເອັມບັບເປ້ ການດວນກັນໃນຮອບນັອກເອົ້າ ລາຍການສຳຄັນທັງລະດັບສະໂມສອນ ແລະ ທີມຊາດເຊັ່ນ:
– ຢູໂຣ 2024 ຮອບ 4 ທີມສຸດທ້າຍ
– ຊຸບເປີຄັບ ສະເປນ ຮອບຊິງຊະນະເລີດ 2025
– ໂຄປ້າ ເດວເຣ ຮອບຊິງຊະນະເລີດ 2025
– ເນຊັ່ນ ລີກ ຮອບ 4 ທີມສຸດທ້າຍ 2025
– ຊຸບເປີຄັບ ສະເປນ ຮອບຊິງຊະນະເລີດ 2026
– ບານໂລກ 2026 ຮອບ 4 ທີມສຸດທ້າຍ









