• Home
  • ຂ່າວສານກິລາ
  • Premier League
  • ເຊວຊີ (Chelsea) ໄດ້ບັນລຸຂໍ້ຕົກລົງທີ່ຈະເຊັນສັນຍາກັບ ມໍເເກນ ໂຣເຈີ້ຣສ໌(Morgan Rogers) ຈາກ Aston Villa ໃນລາຄາ 117 ລ້ານປອນ.

ເຊວຊີ (Chelsea) ໄດ້ບັນລຸຂໍ້ຕົກລົງທີ່ຈະເຊັນສັນຍາກັບ ມໍເເກນ ໂຣເຈີ້ຣສ໌(Morgan Rogers) ຈາກ Aston Villa ໃນລາຄາ 117 ລ້ານປອນ.

ເຊວຊີ (Chelsea) ໄດ້ບັນລຸຂໍ້ຕົກລົງທີ່ຈະເຊັນສັນຍາກັບ ມໍເເກນ ໂຣເຈີ້ຣສ໌(Morgan Rogers) ຈາກ Aston Villa ໃນລາຄາ 117 ລ້ານປອນ. ລາວກຳລັງຈະເຂົ້າຮັບການກວດສຸຂະພາບກ່ອນທີ່ຈະເຊັນສັນຍາຈົນຮອດປີ 2032 ພ້ອມກັບຕົວເລືອກທີ່ຈະຕໍ່ສັນຍາໄດ້ອີກ 1 ປີ.

ໂຣເຈີ້ຣສ໌ ມີຂ່າວລືກ່ຽວກັບການໂອນຍ້າຍທີມກັບ ອາເຊນອລ ມາຕະຫລອດນັບຕັ້ງແຕ່ຕະຫຼາດຊື້ຂາຍນັກເຕະລະດູຮ້ອນເປີດຂຶ້ນ; ເຖິງຢ່າງໃດກໍ່ຕາມ, ການເຈລະຈາລະຫວ່າງ “ປືນໃຫຍ່”ກັບ ວິນລາ ບໍ່ສາມາດຕົກລົງກັນໄດ້ກ່ຽວກັບຄ່າໂຕຂອງນັກເຕະ.

ທ້າຍທີ່ສຸດ ເຊວຊີ  (Chelsea) ທີ່ປະສົບຜົນສຳເລັດ ໄດ້ໂຕ ໂຣເຈີ້ສຣ໌(Rogers) ໄປຮ່ວມທີມ. ອໍຣ໌ສະຕີນ(Ornstein) ໄດ້ລະບຸວ່າກອງກາງທີມຊາດອັງກິດຈະໄດ້ຮັບການກວດສຸຂະພາບຮ່າງກາຍກັບ Chelsea ໃນວັນຈັນ, ວັນທີ 20 ເດືອນກໍລະກົດ, ຫຼັງຈາກນັ້ນລາວຈະເຊັນສັນຍາຫົກປີ, ຈົນຮອດເດືອນມິຖຸນາ 2032, ພ້ອມດ້ວຍທາງເລືອກໃນການຕໍ່ສັນຍາໄດ້ອີກໜຶ່ງປີ.

Facebook
WhatsApp

ບົດຄວາມທີ່ກ່ຽວຂ້ອງ

IMG_1114
IMG_1110
IMG_1087
IMG_1080