• Home
  • ຂ່າວສານການຍ້າຍທີມຕ່າງໆ
  • “The Iron Man” ກັບມາແລ້ວ! 🔥🥊 “ລົດຖັງ ຈິດເມືອງນົນ” ໄດ້ເຊັນສັນຍາສະບັບໃໝ່ກັບ ONE Championship ຢ່າງເປັນທາງການ ຫຼັງຈາກບັນລຸຂໍ້ຕົກລົງທີ່ເປັນປະໂຫຍດຮ່ວມກັນ.

“The Iron Man” ກັບມາແລ້ວ! 🔥🥊 “ລົດຖັງ ຈິດເມືອງນົນ” ໄດ້ເຊັນສັນຍາສະບັບໃໝ່ກັບ ONE Championship ຢ່າງເປັນທາງການ ຫຼັງຈາກບັນລຸຂໍ້ຕົກລົງທີ່ເປັນປະໂຫຍດຮ່ວມກັນ.

“The Iron Man” ກັບມາແລ້ວ! 🔥🥊

ລົດຖັງ ຈິດເມືອງນົນ ໄດ້ເຊັນສັນຍາສະບັບໃໝ່ກັບ ONE Championship ຢ່າງເປັນທາງການ ຫຼັງຈາກບັນລຸຂໍ້ຕົກລົງທີ່ເປັນປະໂຫຍດຮ່ວມກັນ.

ONE Championship ພ້ອມແລ້ວທີ່ຈະຊຸກຍູ້ລົດຖັງ ກັບຄືນສູ່ຈຸດສູງສຸດ, ທວງເອົາຄວາມຍິ່ງໃຫຍ່ຂອງລາວຄືນມາ, ແລະ ຟື້ນຟູສະຖານະພາບຂອງລາວໃນຖານະເປັນໜຶ່ງໃນຊຸບເປີສະຕາຂອງມວຍໄທ ແລະ ຄິກບັອກຊິ່ງອີກຄັ້ງ.

ຍິ່ງໄປກວ່ານັ້ນ, ການປະກາດການເຊັນສັນຍານີ້ເປັນການຮ່ວມມືລະຫວ່າງ ONE Championship ແລະ ຄ້າຍ ຈິດເມືອງນົນ, ນຳໂດຍທ່ານ ສົມຈິດ ແວ່ນແກ້ວ, ຫົວໜ້າຄ້າຍໂຮງຝຶກ, ແລະ “ຊໍ້ເອ”ສຸນທຣີ ໂລຫະພືດ ໂປຣໂມເຕີຍິງເເກ່ງທີ່ມີພອນສະຫວັນ, ເພື່ອຮ່ວມກັນສົ່ງເສີມສິລະປະການຕໍ່ສູ້ມວຍໄທ.

ທັງນີ້ ໂປຣເກລມ ທຳອິດຂອງ ລົດຖັງ ມີຄິວຂຶ້ນຊົກໃນວັນທີ 28 ຕຸລາ 2026, ທີ່ ໄອຄອນສະຫຍາມ(ICONSIAM), ເຊິ່ງເປັນສ່ວນໜຶ່ງຂອງການສະເຫຼີມສະຫຼອງວັນຄົບຮອບ 30 ປີຂອງໂຮງຝຶກ ຈິດເມືອງນົນ. ມັນຈະເປັນການຕໍ່ສູ້ສາມຍົກ, ແຕ່ຄູ່ແຂ່ງຂອງລາວຍັງບໍ່ທັນໄດ້ປະກາດຢ່າງເປັນທາງການເທື່ອ.

Facebook
WhatsApp

ບົດຄວາມທີ່ກ່ຽວຂ້ອງ

IMG_1114
IMG_1110
IMG_1087
IMG_1078