ສຳລັບ ລິເວີພູລ ການເຂົ້າມາຂອງ ອັນໂດນີ ອີຣາໂອລາ ເຮັດໃຫ້ລາວຕ້ອງບໍລິຫານຂຸມກຳລັງທີ່ເຕັມໄປດ້ວຍຄຸນນະພາບ ແຕ່ຍັງຂາດຄວາມສົມດຸນໃນບາງຈຸດ ໂດຍສະເພາະຕຳແໜ່ງປີກຂວາຫຼັງຈາກການອຳລາຂອງ ໂມຮາເມັດ ຊາລາ ລວມເຖິງຕົວເລືອກໃນແດນໜ້າ ແລະ ແນວຮັບທີ່ຍັງມີຂໍ້ຈຳກັດ
1. ໂດມິນິກ ໂຊໂບສໄລ: ຈາກກອງກາງສູ່ປີກຂວາ
ໂຊໂບສໄລ ເປັນນັກເຕະທີ່ມີໂອກາດຖືກປັບຕຳແໜ່ງຫຼາຍທີ່ສຸດ ຫຼັງຈາກ ລິເວີພູລ ບໍ່ມີປີກຂວາຕົວຫຼັກທີ່ຊັດເຈນ
ກອງກາງທີມຊາດຮັງກາຣີ ມີທັງພະລັງງານ, ການເພຣສຊິ່ງ, ການເຊື່ອມເກມ ແລະ ຄວາມຂະຫຍັນໃນການຊ່ວຍເກມຮັບ ຈຶ່ງສາມາດຫຼິ້ນລິມເສັ້ນໄດ້
ການຂະຫຍັບລາວໄປທາງຂວາ ຍັງເປີດພື້ນທີ່ໃນແດນກາງໃຫ້ ຟລໍຣຽນ ເວຍຣ໌ດ ຮັບບົດບາດສຳຄັນຫຼາຍຂຶ້ນ
2. ເຟເດຣິໂກ ເຄຍຊາ: ຈາກປີກສູ່ກອງໜ້າຕົວເປົ້າ
ດ້ວຍຕົວເລືອກໃນຕຳແໜ່ງກອງໜ້າທີ່ມີຈຳກັດ ເຄຍຊາ ອາດຖືກຂະຫຍັບເຂົ້າມາຫຼິ້ນກາງຫຼາຍຂຶ້ນ
ດ້ວຍຄວາມໄວ, ການເຄື່ອນທີ່ ແລະ ຄວາມຄ່ອງຕົວ ເຮັດໃຫ້ລາວເໝາະກັບການຫຼິ້ນໃນແດນໜ້າ ແຖມຍັງເຄີຍຖືກລອງໃຊ້ໃນເກມອຸ່ນເຄື່ອງກັບ ຊັນເດີແລນ ແລະ ຍິງປະຕູໄດ້
ແນວໃດກໍຕາມ ສິ່ງສຳຄັນຄືການຮັກສາຄວາມຟິດ ເພາະການຫຼິ້ນກອງໜ້າໃນພຣີເມຍລີກ ຕ້ອງຮັບການປະທະຢ່າງໜັກ
3. ເຈເຣມີ ຟຣິມປົງ: ຈາກແບັກຂວາສູ່ປີກຂວາ
ການດັນ ຟຣິມປົງ ຂຶ້ນໄປຫຼິ້ນປີກຂວາ ບໍ່ແມ່ນເລື່ອງໃໝ່ ເພາະຈຸດເດັ່ນຂອງລາວຄື ຄວາມໄວ, ການເຕີມເກມ ແລະ ການສ້າງໂອກາດໃນພື້ນທີ່ອັນຕະລາຍ
ກ່ອນໜ້ານີ້ ອາຣ໌ເນ່ ສະລັອດ ເຄີຍລອງໃຊ້ລາວໃນບົດບາດນີ້ ແລະ ອາດຈະຖືກນຳກັບມາໃຊ້ອີກໃນຍຸກຂອງ ອີຣາໂອລາ
4. ຟລໍຣຽນ ເວຍຣ໌ດ: ຈາກກອງກາງຕົວຮຸກສູ່ປີກຊ້າຍ
ແມ່ນແທ້ວ່າຕຳແໜ່ງຖະໜັດຂອງ ເວຍຣ໌ດ ຄືກອງກາງຕົວຮຸກ ແຕ່ລາວອາດຖືກຈັດໃຫ້ເລີ່ມເກມຈາກຝັ່ງຊ້າຍ
ບົດບາດນີ້ເປີດໂອກາດໃຫ້ລາວເລາະຕັດເຂົ້າກາງ, ເຊື່ອມເກມ ແລະ ສ້າງສັນໂອກາດໃນພື້ນທີ່ທີ່ຖະໜັດ
5. ຣິໂອ ເອັນກູໂມຮາ: ຈາກປີກຊ້າຍສູ່ປີກຂວາ
ຣິໂອ ເອັນກູໂມຮາ ເປັນອີກທາງເລືອກທີ່ອາດຖືກຂະຫຍັບໄປຫຼິ້ນຝັ່ງຂວາ ເພື່ອແກ້ບັນຫາການຂາດຕົວແທນຂອງ ຊາລາ
ລາວເຄີຍຫຼິ້ນທາງຂວາໃຫ້ທີມຊາດອັງກິດ ແລະ ໂຊວຜົນງານໄດ້ດີ ດ້ວຍຈຸດເດັ່ນຄື ຄວາມໄວ, ຄວາມກ້າດວນຕົວຕໍ່ຕົວ ແລະ ເກມບຸກທີ່ດຸດັນ
6. ສະເຕຟານ ບາເຢເຊຕິຊ: ຈາກກອງກາງຕົວຮັບສູ່ເຊັນເຕີແບັກ
ບາເຢເຊຕິຊ ອາດເປັນທາງເລືອກທີ່ເໜືອຄວາມຄາດໝາຍ ແຕ່ກໍມີເຫດຜົນຮອງຮັບ
ເດີມທີລາວເຕີບໂຕມາໃນຕຳແໜ່ງກອງຫຼັງ ກ່ອນຈະຖືກຂະຫຍັບໄປຫຼິ້ນກອງກາງຕົວຮັບ ແລະ ເຄີຍກັບໄປຫຼິ້ນເຊັນເຕີແບັກໃນຊ່ວງຖືກປ່ອຍຢືມຕົວ
ເມື່ອ ລິເວີພູລ ມີຕົວເລືອກໃນແນວຮັບບໍ່ຫຼາຍ ນັກເຕະທີ່ຫຼິ້ນໄດ້ຫຼາຍຕຳແໜ່ງຈຶ່ງອາດກາຍເປັນຕົວເລືອກສຳຄັນ
ບົດບາດໃໝ່ເພື່ອເພີ່ມຄວາມສົມດຸນໃຫ້ທີມ
ການປັບຕຳແໜ່ງນັກເຕະບໍ່ແມ່ນທາງອອກຖາວອນສຳລັບທຸກບັນຫາ ແຕ່ເປັນເຄື່ອງມືສຳຄັນຂອງ ອັນໂດນີ ອີຣາໂອລາ ໃນການດຶງສັກຍະພາບຂອງຂຸມກຳລັງອອກມາໃຫ້ຫຼາຍທີ່ສຸດ
ທັງ ໂຊໂບສໄລ, ເຄຍຊາ, ຟຣິມປົງ, ເວຍຣ໌ດ, ເອັນກູໂມຮາ ແລະ ບາເຢເຊຕິຊ ລ້ວນມີຄຸນສົມບັດທີ່ເໝາະສົມກັບບົດບາດໃໝ່ ເຊິ່ງອາດຊ່ວຍເພີ່ມທາງເລືອກ ແລະ ຄວາມຍືດຫຍຸ່ນໃຫ້ ລິເວີພູລ ຕະຫຼອດລະດູການ.









