ທັງໆ ທີ່ກ່ອນບານໂລກຈະເລີ່ມຂຶ້ນ ລາວເພິ່ງໝົດສັນຍາກັບຕົ້ນສັງກັດ ແລະ ກຳລັງຈະກາຍເປັນນັກເຕະວ່າງງານໃນວັຍ 40 ປີ
ສັນຍາສະບັບນີ້ເກືອບຈະເປັນສັນຍາສຸດທ້າຍໃນອາຊີບ
ຂອງລາວ ໂດຍລາວຈະໄດ້ຮັບຄ່າເຫຼືອງ 900,000 ເປໂຊຊີລີ/ເດືອນ (ປະມານ 21.5 ລ້ານກີບລາວ/ເດືອນ) ເປັນເວລາ 1 ປີ 6 ເດືອນ ຊຶ່ງສູງກວ່າຄ່າເມື່ອຍຈາກທີມເກົ່າເຖິງ 11 ເທົ່າ.
ໃນລະຫວ່າງງານເປີດຕົວກັບ ໂຄໂລ ໂຄໂລ ດ້ວຍຊຸດສູດຢ່າງເປັນທາງການ ຜູ້ຮັກສາປະຕູຄົນນີ້ກໍກັ້ນນ້ຳຕາແຫ່ງຄວາມດີໃຈໄວ້ບໍ່ຢູ່
ບາງໄຊຊະນະ ບໍ່ໄດ້ຖືກສະເຫຼີມສະຫຼອງດ້ວຍຖ້ວຍແຊມສະເໝີໄປ ແຕ່ມັນແມ່ນໄຊຊະນະທີ່ໄດ້ຮັບການຍອມຮັບຕໍ່ຄວາມພະຍາຍາມຕະຫຼອດຊີວິດ
— ໂວຊິນຍາ (Vozinha) ຜູ້ຮັກສາປະຕູທີມຊາດເຄບເວີດ 🇨🇻❤️
#ໂວຊິນຍາ
#ໂຄໂລໂຄໂລ









