ສະຫະລັດ ອາເມຣິກາ ເຫຼືອຜູ້ຫຼິ້ນພຽງ 10 ຄົນ❗️ສາມາດເອົາ ຊະນະ ບັອສເນຍ-ເຮີເຊໂກວີນ້າ ເຂົ້າຮອບ 16 ທີມສຸດທ້າຍ ບານໂລກ 2026

ສະຫະລັດ ອາເມຣິກາ  10 ຄົນສາມາດເອົາ ຊະນະ ບັອສເນຍ-ເຮີເຊໂກວີນ້າ ເຂົ້າຮອບ 16 ທີມສຸດທ້າຍ ບານໂລກ 2026  

ຮອບ 32 ທີມສຸດທ້າຍ ສະຫະລັດ ອາເມຣິກາ ເຈົ້າພາບຮ່ວມ ເປີດສະໜາມ Levi’s ຫລື San Francisco Bay Area ເອົາຊະນະ ບັອສເນຍ-ເຮີເຊໂກວີນ້າ 2-0 ຕັ້ງທີໜຶ່ງ ອາເມຣິກາ ໄດ້ປະຕູນຳໃນນາທີສຸດທ້າຍຈາກ ໂຟລາຣິນ ບາໂລກັນ ກອງໜ້າຈາກ ໂມນາໂຄ, ມາເຄິ່ງຫລັງ ເຈົ້າພາບ ເຫລືອຜູ້ຫລິ້ນ 10 ຄົນ ເມື່ອ ບາໂລກັນ ຜູ້ຍິງປະຕູຂຶ້ນນຳໄດ້ບັດແດງ ນາທີ 64′ ແຕ່ 10 ຄົນ ຂອງອາເມຣິກາ ມາໄດ້ປະຕູທີສອງຈາກ ມາລິກ ທິວແມ້ນ ນາທີ 82′ ຈົບເກມ ສະຫະລັດ ອາເມຣິກາ ຊະນະ ບັອສເນຍ-ເຮີເຊໂກວີນ້າ 2-0.

ອາເມຣິກາ ເຂົ້າຮອບ 16 ທີມສຸດທ້າຍ ບານໂລກ ໃນຮອບ 24 ປີ ຕໍ່ຈາກປີ 2002 ທີ່ສາທາລະນະລັດເກົາຫລີ ແລະ ຍີ່ປຸ່ນ ເປັນເຈົ້າພາບ ໄປພົບກັບ ເບວຢ້ຽມ (ແບນຊິກ) ທີ່ແຊງຊະນະ  ເຊເນກັນ 3-2 ໃນການຕໍ່ເວລາພິເສດ ເວລາປົກກະຕິສະເໝີກັນ 2-2 ຈະແຂ່ງຂັນເຊົ້າວັນທີ 7 ກໍລະກົດ ເວລາ 7:00.

Facebook
WhatsApp

ບົດຄວາມທີ່ກ່ຽວຂ້ອງ

IMG_1114
IMG_1110
IMG_1087
IMG_1080