• Home
  • ຂ່າວສານການຍ້າຍທີມຕ່າງໆ
  • ⚽🇲🇽 ຣາຟາເອວ ມາເກັຊ ກ້າວເປັນຄູຝຶກ ທີມຊາດເມັກຊິໂກ ພາຍຫລັງ ພາເວຍ ອາກີເຣ່ ໂບກມືລາທີມ ຫລັງຕົກຮອບ 16 ທີມສຸດທ້າຍ ບານໂລກ 2026🌎

⚽🇲🇽 ຣາຟາເອວ ມາເກັຊ ກ້າວເປັນຄູຝຶກ ທີມຊາດເມັກຊິໂກ ພາຍຫລັງ ພາເວຍ ອາກີເຣ່ ໂບກມືລາທີມ ຫລັງຕົກຮອບ 16 ທີມສຸດທ້າຍ ບານໂລກ 2026🌎

ມາເກັຊ ອະດີດກອງກາງສາລະພັດປະໂຫຍດຂອງ  ທີມຊາດເມັກຊິໂກ ໄວ 47 ປີ ເປັນຜູ້ຊ່ວຍທີມຊາດເມັກຊິໂກ ມາແຕ່ປີ 2024, ກ່ອນໜ້ານີ້ ຫລັງອຳລາອາຊີບໃນປີ 2018 ຄຸມສະໂມສອນ Alcalá U15 ປີ ໃນສະເປນແລະ ທີມສຳຮອງຂອງ ບາຣເຊໂລນ້າ.

ເຖິງວ່າປະສົບການຄຸມທີມຍັງບໍ່ຫລາຍ ແຕ່ກໍໄດ້ບົດຮຽນທີ່ດີກັບ ພາເວຍ ອາກີເຣ່ ແລະ ຕອນເປັນນັກກິລາ ເພາະເຄີຍຫລິ້ນກັບຫລາຍທີມໃຫຍ່ ເປັນຕົ້ນ ໂມນາໂຄ ແລະ ບາຣເຊໂລນ້າ ໂດຍສະເພາະ ຢູ່ກັບ ບາຣຊ້າ ໄດ້ແຊ້ມລາຍການໃຫຍ່ຄົບຊຸດ ທັງ ລາລີກ້າ, ໂຄປ້າເດວເຣ, ຊູບເປີຄັບ ແອັສປາຍ, ຢູຟ້າ ແຊ້ມປ້ຽນລີກ, ຢູຟ້າ ຊຸບເປີຄັບ ແລະ ສະໂມສອນໂລກ.

Facebook
WhatsApp

ບົດຄວາມທີ່ກ່ຽວຂ້ອງ

IMG_1114
IMG_1110
IMG_1087
IMG_1080