• Home
  • Football News
  • FIFA WORLD CUP
  • ໄຮ້ທຽມທານ!!!! ທີມຊາດສະເປນໄດ້ກາຍເປັນຊາດເອີຣົບທຳອິດໃນປະຫວັດສາດທີ່ຊະນະ 8 ນັດຕິດຕໍ່ກັນໃນການແຂ່ງຂັນລະດັບໂລກ (ເຕະບານໂລກ ແລະ ແຊ້ມເອີຣົບ).

ໄຮ້ທຽມທານ!!!! ທີມຊາດສະເປນໄດ້ກາຍເປັນຊາດເອີຣົບທຳອິດໃນປະຫວັດສາດທີ່ຊະນະ 8 ນັດຕິດຕໍ່ກັນໃນການແຂ່ງຂັນລະດັບໂລກ (ເຕະບານໂລກ ແລະ ແຊ້ມເອີຣົບ).

ບານໂລກ 2026 ຮອບ 4 ທີມສຸດທ້າຍ ຄູ່ທີໜຶ່ງ ທີມຊາດຝຣັ່ງ ແຊ້ມ 3 ສະໄໝ ທັງເປັນຮອງແຊ້ມຄັ້ງຜ່ານມາ ປະທະກັບ ທີມຊາດສະເປນ  ແຊ້ມ 1 ສະໄໝ ທີ່ຍັງບໍ່ເສຍມາ 36 ນັດຕິດຕໍ່ກັນ.

ຄູ່ນີ້ ພຽງແຕ່ສຽງໝາກຫວີດດັງຂຶ້ນ ເດີນເກມແລກກັນຕາມຊົງບານທີ່ເປັນເອກະລັກຂອງທັງສອງ ເກມດຳເນີນມາເຖິງນາທີ 22′ ສະເປນ ມາໄດ້ຈຸດໂທດຈາກຈັງຫວະ ລູກ້າ ດິນ ສະກັດບານພາດ ໄປເຕະເອົາ ລາມິນ ຢາມາວ ໃນເຂດໂທດ ແລະ ເປັນ ມິເກວ ໂອຢາຊາບາວ ຮັບໜ້າທີ່ສັງຫານເປັນປະຕູຂຶ້ນທຳອິດຂອງເກມນີ້, ຈົບເຄິ່ງເວລາທຳອິດ ສະເປນ ນຳ ຝຣັ່ງ 1-0.

ເຄິ່ງຫລັງ ຝຣັ່ງ ພະຍາຍາມແກ້ເກມ ແຕ່ຍັງບໍ່ສາມາດເຈາະປະຕູ ສະເປນ ໄດ້ ໂດຍສະເພາະ 5 ຕົວບຸກອັນຕະລາຍຢ່າງ ຄີລຽນ ເອັມບັບເປ້, ອຸສມານ ເດັມເບເລ້, ໄມເຄິນ ໂອລີເຊ້, ເດຊີເຣ່ ດູເອ້ ລວມທັງ ແບຣດລີ້ ບາໂຄລ້າ ຕ້ອງບອກວ່າ: ຖືກເກມຮັບ ສະເປນ ຫັກປືນ ໂອກາດຍິງເກືອບບໍ່ມີ.

ຈາກນັ້ນ ສະເປນ ມາໄດ້ປະຕູທີສອງໃນນາທີ 58′ ຈາກຈັງຫວະສວນກັບ ການຊິງບານ 1-2 ລະຫວ່າງ ເປໂດຣ ປໍໂຣ້ ແລະ ດານີ້ ໂອໂມ້ ແລະ ເປັນ ປໍໂຣ້  ຊັດປະຕູທີສອງຢ່າງສວຍງາມ ເປັນປະຕູປິດທ້າຍໃຫ້ ກອງທັບກະທິງດຸ ຫັກຄໍ ກອງທັບກາໄກ່ 2-0 ກ້າວສູ່ຮອບຊິງຊະນະເລີດເປັນ ຄັ້ງທີ 2 ໃນຮອບ 16 ປີ ຕໍ່ຈາກປີ 2010 ທີ່ໄດ້ແຊ້ມສະໄໝທຳອິດ.

ສະຖິຕິທີ່ໜ້າສົນໃຈຫລັງຈົບເກມນີ້:

ຝຣັ່ງ ພາດໂອກາດສ້າງສະຖິຕິເປັນທີມທີ 3 ທີ່ສາມາດເຂົ້າຊິງ ບານໂລກ 3 ຄັ້ງຕິດຕໍ່ກັນ.

ສະເປນ ສ້າງສະຖິຕິບໍ່ເສຍຕໍ່ເນື່ອງດົນສຸດ 37 ນັດຕິດຕໍ່ກັນ ເປັນສະຖິຕິໃໝ່ຂອງທີມ.

ສະເປນ ຊະນະ ຝຣັ່ງ ໃນຮອບ 4 ທີມສຸດທ້າຍ 3 ລາຍການໃຫຍ່ 3 ນັດລວດ: ຢູໂຣ 2024, ຢູຟ້າ ເນຊັ່ນລີກ 2025 ແລະ ບານໂລກ 2026.

ອູໄນ ຊີມ້ອນ ຜູ້ຮັກສາປະຕູທີມຊາດແອັສປາຍ ສ້າງສະຖິຕິບໍ່ເສຍປະຕູໃນບານໂລກຮອບສຸດທ້າຍຫລາຍສຸດຕໍ່ການແຂ່ງຂັນ 1 ຄັ້ງ ລວມ 6 ນັດ ມາແຕ່ຮອບແບ່ງກຸ່ມ ເສຍປະຕູພຽງນັດດຽວ ໃນຮອບ 8 ທີມສຸດທ້າຍ ນັດທີ່ຊະນະ ເບວຢ້ຽມ 2-1.

ມິເກວ ໂອຢາຊາບາວ ກາຍເປັນນັກເຕະສະເປນ ທີ່ຍິງປະຕູໃນບານໂລກຮອບສຸດທ້າຍຫລາຍສຸດ 5 ປະຕູ ຕໍ່ການແຂ່ງຂັນບານໂລກ 1 ຄັ້ງ.

ລາມິນ ຢາມາວ ຍັງຄົງບໍ່ເສຍໃຫ້ ຄີລຽນ ເອັມບັບເປ້ ການດວນກັນໃນຮອບນັອກເອົ້າ ລາຍການສຳຄັນທັງລະດັບສະໂມສອນ ແລະ ທີມຊາດເຊັ່ນ: 

– ຢູໂຣ 2024 ຮອບ 4 ທີມສຸດທ້າຍ

– ຊຸບເປີຄັບ ສະເປນ ຮອບຊິງຊະນະເລີດ 2025

– ໂຄປ້າ ເດວເຣ ຮອບຊິງຊະນະເລີດ 2025

– ເນຊັ່ນ ລີກ ຮອບ 4 ທີມສຸດທ້າຍ 2025

– ຊຸບເປີຄັບ ສະເປນ ຮອບຊິງຊະນະເລີດ 2026

– ບານໂລກ 2026 ຮອບ 4 ທີມສຸດທ້າຍ

Facebook
WhatsApp

Related Posts

IMG_0970
IMG_0966
IMG_0960
IMG_0951

Trending News

🥹 ຊີວິດຈິງທີ່ຍິ່ງກວ່ານິຍາຍ ຈາກນັກເຕະທີ່ເຄີຍໄດ້ຮັບເງິນພຽງ 1,000 ໂດລາ ໃນວັນນັ້ນ ເປັນເລື່ອງໜ້າເຫຼືອເຊື່ອທີ່ມື້ນີ້ ລາວກຳລັງຈະກາຍເປັນນັກເຕະຄົນໃໝ່ຂອງ ຣີລ ມາດຣິດ ດ້ວຍຄ່າຕົວສູງເຖິງ 100 ລ້ານເອີໂຣ 🔥