FIFA ໄດ້ແຕ່ງຕັ້ງຜູ້ຕັດສິນຊາວສະໂລເວເນຍ ສະລາມໂກ້ ວິນຊິສ (Slavko Vincic) ໃຫ້ເປັນຜູ້ຕັດສິນຮອບຊີງຊະນະເລີດເຕະບານໂລກລະຫວ່າງສະເປນ ແລະ ອາເຈນຕິນາ ໃນຄືນວັນອາທິດນີ້.
ທີມຜູ້ຕັດສິນທັງໝົດສຳລັບຮອບຊີງຊະນະເລີດມີດັ່ງນີ້:
◉ ຜູ້ຕັດສິນຫຼັກ: ສະລາມໂກ້ ວິນຊິສ (Slavko Vincic) (ສະໂລເວເນຍ)
◉ ຜູ້ຊ່ວຍຜູ້ຕັດສິນຄົນທີໜຶ່ງ:ໂທມັສ ຄລານນິກ (Tomas Klančnik) (ສະໂລເວເນຍ)
◉ ຜູ້ຊ່ວຍຜູ້ຕັດສິນຄົນທີສອງ: ອັນດຮາສທໂຄວັສຊິສ (Andráz Kovačić) (ສະໂລເວເນຍ)
◉ ເຈົ້າໜ້າທີ່ຄົນທີສີ່: ອັດເເຮມ ມັກຮັດເມ (Adham Makhadmeh) (ຈໍແດນ)
◉ ຜູ້ຊ່ວຍຜູ້ຕັດສິນຄົນທີສອງ: (ໂມຮັມມັດທອັລຄາລາຟ໌)Mohammed Al-Khalaf (ຈໍແດນ)
ສຳລັບບັນຊີລາຍຊື່ຂອງຜົນງານທີ່ໂດດເດັ່ນຂອງຜູ້ຕັດສິນຄົນນີ້… ລາວເຄີຍເປັນຜູ້ຕັດສິນຮອບຊີງຊະນະເລີດ Champions League ປີ 2024, ບ່ອນທີ່ Real Madrid ເອົາຊະນະ Borussia Dortmund 2-0.
ບໍ່ດົນມານີ້, ລາວໄດ້ເປັນຜູ້ຕັດສິນການແຂ່ງຂັນ Club World Cup ລະຫວ່າງ River Plate ແລະ Monterrey, ເຊິ່ງສິ້ນສຸດລົງດ້ວຍການສະເໝີ 0-0. ໃນເກມນັ້ນ, ລາວໄດ້ອອກບັດເຫຼືອງ 9 ໃບ ແລະ ບັດແດງໃຫ້ Kevin Castano.
ເຈົ້າຄິດວ່າແບບການຕັດສິນຂອງຜູ້ຕັດສິນຄົນນີ້ມີຄວາມເຂັ້ມຂຸ້ນສໍ່າໃດ?









