Here we go!!
ທ່ານ ຊີເນດີນ ຊີດານ (Zinedine Zidane) ກຳລັງກຽມຈະເຂົ້າຮັບຕຳແໜ່ງຫົວໜ້າຄູຝຶກຄົນໃໝ່ຂອງທີມຊາດຝຣັ່ງ ຕາມແຜນການທີ່ວາງໄວ້ຕັ້ງແຕ່ເດືອນພະຈິກເປັນຕົ້ນມາ, ໂດຍບໍ່ມີຄວາມສົງໄສ ຫຼື ການປ່ຽນແປງໃດໆຕໍ່ການຕັດສິນໃຈນີ້.
ລາຍງານລະບຸວ່າ ຊີດານ (Zidane) ໄດ້ລວບລວມທີມງານຄູຝຶກຂອງລາວແລ້ວ, ແລະ ການແຕ່ງຕັ້ງຢ່າງເປັນທາງການຈະໄດ້ຮັບການລົງນາມໃນເດືອນນີ້.
ນັກເຕະຕຳນານອາຍຸ 54 ປີຈະນຳພາ “ຕາໄກ່” ລຸ້ຍສຶກສຳຄັນຕໍ່ເນື່ອງໃນການແຂ່ງຂັນທີ່ສຳຄັນລວມທັງ UEFA Nations League, Euro 2028, ແລະ World Cup 2030.









