Here we go!!
ສະໂມສອນບານເຕະ ອາເຊ່ນອລ (Arsenal) ໄດ້ບັນລຸຂໍ້ຕົກລົງທີ່ຈະເຊັນສັນຍາກັບ ອາໄລຈາ ອັບສັນ (Elijah Upson) ກອງຫຼັງອາຍຸ 18 ປີເຂົ້າຮ່ວມທີມເປັນທີ່ຮຽບຮ້ອຍເເລ້ວ.
ຂໍ້ຕົກລົງດັ່ງກ່າວໄດ້ສຳເລັດລົງໃນມື້ນີ້, ເຮັດໃຫ້ກອງຫຼັງໜຸ່ມຄົນນີ້ເຂົ້າສູ່ແຜນການໄລຍະຍາວຂອງສະໂມສອນ.
ລາຍງານລະບຸວ່າ ອັບສັນ(Upson) ໄດ້ຕັດສິນໃຈຕິເສດຂໍ້ສະເໜີສັນຍາໃໝ່ຈາກ ສະເປີ (Tottenham Hotspur) ເພື່ອເຂົ້າຮ່ວມທີມ “ປືນໃຫຍ່” ອາເຊ່ນອລ ໃນສັນຍາໄລຍະຍາວ.
ການເຈລະຈາທັງໝົດໄດ້ສຳເລັດແລ້ວ, ແລະຍັງເຫຼືອພຽງແຕ່ການປະກາດຢ່າງເປັນທາງການຈາກສະໂມສອນເທົ່ານັ້ນ.









