ເຊວຊີ (Chelsea) ໄດ້ບັນລຸຂໍ້ຕົກລົງທີ່ຈະເຊັນສັນຍາກັບ ມໍເເກນ ໂຣເຈີ້ຣສ໌(Morgan Rogers) ຈາກ Aston Villa ໃນລາຄາ 117 ລ້ານປອນ. ລາວກຳລັງຈະເຂົ້າຮັບການກວດສຸຂະພາບກ່ອນທີ່ຈະເຊັນສັນຍາຈົນຮອດປີ 2032 ພ້ອມກັບຕົວເລືອກທີ່ຈະຕໍ່ສັນຍາໄດ້ອີກ 1 ປີ.
ໂຣເຈີ້ຣສ໌ ມີຂ່າວລືກ່ຽວກັບການໂອນຍ້າຍທີມກັບ ອາເຊນອລ ມາຕະຫລອດນັບຕັ້ງແຕ່ຕະຫຼາດຊື້ຂາຍນັກເຕະລະດູຮ້ອນເປີດຂຶ້ນ; ເຖິງຢ່າງໃດກໍ່ຕາມ, ການເຈລະຈາລະຫວ່າງ “ປືນໃຫຍ່”ກັບ ວິນລາ ບໍ່ສາມາດຕົກລົງກັນໄດ້ກ່ຽວກັບຄ່າໂຕຂອງນັກເຕະ.
ທ້າຍທີ່ສຸດ ເຊວຊີ (Chelsea) ທີ່ປະສົບຜົນສຳເລັດ ໄດ້ໂຕ ໂຣເຈີ້ສຣ໌(Rogers) ໄປຮ່ວມທີມ. ອໍຣ໌ສະຕີນ(Ornstein) ໄດ້ລະບຸວ່າກອງກາງທີມຊາດອັງກິດຈະໄດ້ຮັບການກວດສຸຂະພາບຮ່າງກາຍກັບ Chelsea ໃນວັນຈັນ, ວັນທີ 20 ເດືອນກໍລະກົດ, ຫຼັງຈາກນັ້ນລາວຈະເຊັນສັນຍາຫົກປີ, ຈົນຮອດເດືອນມິຖຸນາ 2032, ພ້ອມດ້ວຍທາງເລືອກໃນການຕໍ່ສັນຍາໄດ້ອີກໜຶ່ງປີ.









