ລິເວີພູລ ພາຍໃຕ້ການຄຸມທີມຂອງ ອັນໂດນີ ອີຣາໂອລາ ກຽມລົງຫຼິ້ນເກມອຸ່ນເຄື່ອງນັດທຳອິດ ພົບກັບ ຊັນເດີແລນ ໃນລາຍການ ພຣີເມຍລີກ ຊຳເມີ ຊີຣີສ ທີ່ສະໜາມ ຈີໂອດິສ ພາກ ໃນຊ່ວງເຊົ້າມືດວັນທີ 26 ກໍລະກົດ 2026 ໂດຍ “ຫົງແດງ” ຫວັງເປີດສັກກະລາດໃໝ່ດ້ວຍໄຊຊະນະ ຂະນະທີ່ “ແມວດຳ” ຕ້ອງການສືບຕໍ່ຟອມທີ່ດີ ຫຼັງຈາກເກັບໄຊຊະນະໃນເກມຫຼ້າສຸດໄດ້
ຄວາມເປັນໄປໄດ້ຂອງເກມ
ລິເວີພູລ ຍັງບໍ່ຢູ່ໃນສະພາບທີມທີ່ສົມບູນ ແລະ ກຳລັງຢູ່ໃນຊ່ວງປັບຕົວເຂົ້າກັບແນວທາງການຄຸມທີມຂອງກຸນຊືຄົນໃໝ່. ດັ່ງນັ້ນ ແມ່ນວ່າພວກເຂົາມີໂອກາດເກັບໄຊຊະນະໃນເກມວັນເສົານີ້ ແຕ່ກໍຄົງບໍ່ແມ່ນວຽກງ່າຍ ແລະ ຄົງບໍ່ໄດ້ຊະນະດ້ວຍສະກໍຂາດລອຍ.
ທາງດ້ານ ຊັນເດີແລນ ກໍປະສົບບັນຫາຂາດນັກເຕະຕົວຫຼັກຫຼາຍຄົນເຊັ່ນກັນ ລວມເຖິງ ກຣານິດ ຊາຄາ ກັບຕັນທີມ. ແຕ່ຢ່າງໃດກໍຕາມ ພວກເຂົາຍັງມີສັກກະຍະພາບພຽງພໍ ທີ່ຈະສ້າງຄວາມຫຍຸ້ງຍາກໃຫ້ກັບ “ຫົງແດງ” ໄດ້ຕະຫຼອດທັງເກມ.
ຜົນການແຂ່ງຂັນທີ່ຄາດຄະເນໄວ້:
ລີເວີພູລ 2-1 ຊັນເດີແລນ









