ຄຣິສຕຽນໂນ ໂຣນັນໂດ ກອງໜ້າຊຸບເປີສະຕາຊາວໂປຣຕຸເກດ ໄດ້ປະກາດເປົ້າໝາຍສຳລັບຊີວິດຫຼັງຈາກເລີກຫຼິ້ນບານເຕະຢ່າງຊັດເຈນວ່າ ລາວຕ້ອງການກ້າວຂຶ້ນເປັນເຈົ້າຂອງສະໂມສອນບານເຕະລະດັບໃຫຍ່ໃນອະນາຄົດ.
ເລີ່ມຕົ້ນເສັ້ນທາງການເປັນເຈົ້າຂອງສະໂມສອນ
ເປົ້າໝາຍຂອງໂຣນັນໂດເລີ່ມເປັນຮູບປະທຳຫຼາຍຂຶ້ນ ຫຼັງຈາກລາວເຂົ້າຊື້ຫຸ້ນ 25% ຂອງສະໂມສອນ ອັນເມເຣຍ (Almería) ໃນລີກລະດັບສອງຂອງສະເປນ ຜ່ານບໍລິສັດ CR7 Sports Investments ໃນເດືອນກຸມພາ 2026.
ການລົງທຶນນີ້ເປັນກ້າວສຳຄັນທີ່ພາໃຫ້ໂຣນັນໂດເຂົ້າສູ່ວົງການບໍລິຫານສະໂມສອນບານເຕະ ແລະເປີດໂອກາດໃຫ້ລາວໄດ້ຮຽນຮູ້ວຽກງານນອກສະໜາມ ຕັ້ງແຕ່ການວາງຍຸດທະສາດຂອງອົງກອນ ຈົນເຖິງການພັດທະນາທີມໃນໄລຍະຍາວ.
ແມ່ນວ່າການຖືຫຸ້ນໃນອັນເມເຣຍຍັງແຕກຕ່າງຈາກການເປັນເຈົ້າຂອງສະໂມສອນຍັກໃຫຍ່ຢ່າງ ແມນເຊັດເຕີ ຢູໄນເຕັດ, ແຕ່ກໍສະທ້ອນໃຫ້ເຫັນວ່າ ຄວາມຝັນຂອງລາວໃນການເປັນເຈົ້າຂອງສະໂມສອນບານເຕະ ບໍ່ແມ່ນພຽງແຕ່ຄຳເວົ້າອີກຕໍ່ໄປ.
ສ່ວນໂອກາດທີ່ລາວຈະກັບໄປສູ່ສະໜາມ ໂອນ ແທຣຟຟອດ ເປັນຄັ້ງທີ 3 ໃນຖານະໜຶ່ງໃນເຈົ້າຂອງສະໂມສອນນັ້ນ ຍັງຂຶ້ນຢູ່ກັບຫຼາຍປັດໃຈ ທັງໂຄງສ້າງຜູ້ຖືຫຸ້ນ ມູນຄ່າຂອງສະໂມສອນ ແລະໂອກາດທາງທຸລະກິດໃນອະນາຄົດ.









