• Home
  • ຂ່າວສານກິລາ
  • ມິເກວ ເມຣິໂນ້ ຍິງປະຕູໄຊທ້າຍເກມພາ ທີມຊາດສະເປນ (ແອັສປາຍ) ຊະນະ ທີມຊາດໂປຕູເກດ (ປັອກຕຸຍການ)❗️ເຂົ້າຮອບ 8 ທີມສຸດທ້າຍ ບານໂລກ 2026 ‼️

ມິເກວ ເມຣິໂນ້ ຍິງປະຕູໄຊທ້າຍເກມພາ ທີມຊາດສະເປນ (ແອັສປາຍ) ຊະນະ ທີມຊາດໂປຕູເກດ (ປັອກຕຸຍການ)❗️ເຂົ້າຮອບ 8 ທີມສຸດທ້າຍ ບານໂລກ 2026 ‼️

 

ມິເກວ ເມຣິໂນ້ ນັກເຕະສາລະພັດປະໂຫຍດຈາກ ອາຣເຊນໍລ ລົງສະໜາມໃນຖານະຕົວສຳຮອງ ຍິງປະຕູໄຊໃຫ້ ກອງທັບ ກະທິງດຸ ນາທີ 90’+1 ຊ່ວຍ ແອັສປາຍ ເອົາຊະນະ  ປັອກຕຸຍການ ແບບຫວຸດວິດ 1-0 ເປັນປະຕູທຳອິດໃນບານໂລກຮອບສຸດທ້າຍຂອງກອງກາງໄວ 30 ປີ, ເປັນປະຕູດັບຝັນຂອງ CR7 ຄຣິສເຕຍໂນ້ ໂຣນາວໂດ້ ທີ່ຫວັງຄອງແຊ້ມໂລກກັບຊາດບ້ານເກີດ.

ພິເສດ ໃນນັດນີ້  ອູໄນ ຊີມ້ອນ ຜູ້ຮັກສາປະຕູທີມຊາດແອັສປາຍ ສ້າງສະຖິຕິບໍ່ເສຍປະຕູໃນບານໂລກຮອບສຸດທ້າຍ 6 ນັດຕິດຕໍ່ກັນ ລວມ 609′ ນາທີ ທຳລາຍສະຖິຕິຂອງ  ວໍເຕີ ເຊັນກ້າ ອະດີດຕຳນານຜູ້ຮັກສາປະຕູທີມຊາດອີຕາລີ ທີ່ສ້າງໄວ້ 517′ ນາທີ ແລະ  ອີເກ້ ກາຊີຢັສ ຕຳນານຊາດດຽວກັນລຸ້ນອ້າຍ ທີ່ສ້າງໄວ້ 476′ ນາທີ.

ພ້ອມກັນນີ້ ແອັສປາຍ ຍັງສ້າງສະຖິຕິເປັນທີມທີ່ບໍ່ເສຍປະຕູຕໍ່ເນື່ອງ 6 ນັດຕິດຕໍ່ກັນເປັນທີມທຳອິດ ທຳລາຍສະຖິຕິຂອງ ທີມຊາດອີຕາລີ ໃນປີ 1990 ແລະສະວິດເຊີແລນ ປີ 2006 ແລະ 2010.

ນອກຈາກນີ້ ແອັສປາຍ ຍັງສ້າງສະຖິຕິບໍ່ເສຍຕໍ່ເນື່ອງ 35 ນັດຕິດຕໍ່ກັນ ລວມທຸກລາຍການ ທຽບເທົ່າກັບສະຖິຕິສູງສຸດຂອງທີມທີ່ເຄີຍເຮັດໄດ້ໃນເດືອນກຸມພາ 2007 ຫາ ເດືອນມິຖຸນາ ປີ 2009.

ທີມຊາດ ແອັສປາຍ ເຂົ້າຮອບ 8 ທີມສຸດທ້າຍ ເປັນຄັ້ງທຳອິດໃນຮອບ 16 ປີ ຕໍ່ຈາກປີ 2010 ທີ່ເປັນແຊ້ມຢູ່ອາຟຣິກາໃຕ້ ໄປລໍຖ້າພົບກັບ  ສະຫະລັດ ອາເມຣິກາ ພົບ  ເບວຢ້ຽມ (ແບນຊິກ) ແຂ່ງຂັນເວລາ 7:00

Facebook
WhatsApp

ບົດຄວາມທີ່ກ່ຽວຂ້ອງ

IMG_1114
IMG_1110
IMG_1087
IMG_1080