ຕະຫຼາດຊື້-ຂາຍນັກເຕະ ໃນວັນສຸກ ທີ 24 ກໍລະກົດ ຍັງຄົງມີຄວາມເຄື່ອນໄຫວຢ່າງຕໍ່ເນື່ອງ ໂດຍສະເພາະຝັ່ງພຣີເມຍລີກ ທີ່ມີທັງການເປີດຕົວນັກເຕະຢ່າງເປັນທາງການ ແລະ ຂ່າວລືທີ່ໜ້າຈັບຕາ. ນຳໂດຍ ແມນເຊສເຕີ ຊິຕີ ທີ່ຄວ້າ ເອລີອອດ ແອນເດີສັນ ເຂົ້າຮ່ວມທີມ, ຂະນະທີ່ ລິເວີພູ ມີຂ່າວວ່າກຳລັງວາງແຜນລ່ວງໜ້າ ເພື່ອຫວັງດຶງ ວິນິຊິອຸສ ຈູເນຍ ມາຮ່ວມທີມແບບບໍ່ເສຍຄ່າຕົວໃນປີ 2027.
ດີລທາງການ (Official)
ແມນເຊສເຕີ ຊິຕີ ເປີດຕົວ ເອລີອອດ ແອນເດີສັນ ກອງກາງທີມຊາດອັງກິດ ຈາກ ນັອດຕິງແຮມ ຟໍເຣສ ດ້ວຍຄ່າຕົວ 116 ລ້ານປອນ ແລະ ເຊັນສັນຍາຮອດປີ 2031.
ແອສຕັນ ວິນລາ ຢືມຕົວ ອາເລຮານໂດຣ ການາໂຊ ຈາກ ເຊວຊີ ຈົນຈົບລະດູການ 2026/27 ພ້ອມເງື່ອນໄຂບັງຄັບຊື້ຂາດ ຫາກເປັນໄປຕາມຂໍ້ກຳນົດ.
ລູກາ ໂມດຣິຊ ຕໍ່ສັນຍາກັບ ເອຊີ ມິລານ ອອກໄປຈົນເຖິງເດືອນມິຖຸນາ ປີ 2027.
ອາເຊນອລ ຄວ້າ ຄຣິສຕອສ ໂຊລິສ ປີກທີມຊາດກຣີຊ ຈາກ ຄລັບ ບຣູຊ ດ້ວຍຄ່າຕົວປະມານ 40 ລ້ານເອີໂຣ ພ້ອມເຊັນສັນຍາຮອດປີ 2031.
ລິເວີພູ ຕໍ່ສັນຍາ ເຟຣດດີ້ ວູດແມນ ຜູ້ຮັກສາປະຕູມື 3 ອອກໄປອີກ 3 ປີ ຈົນເຖິງປີ 2029.
ບາເຊໂລນາ ເປີດຕົວ ຄາຣິມ ອາເດເຢມີ ແນວຮຸກທີມຊາດເຢຍລະມັນ ດ້ວຍສັນຍາ 5 ປີ ຈົນເຖິງປີ 2031.
ຂ່າວເດັ່ນຕະຫຼາດຊື້-ຂາຍນັກເຕະ
ອາເຊນອລ ບັນລຸຂໍ້ຕົກລົງສັນຍາສ່ວນຕົວກັບ ບຣູໂນ ກີມາໄຣສ໌ ເປັນທີ່ຮຽບຮ້ອຍແລ້ວ ແລະ ກຳລັງກຽມຍື່ນຂໍ້ສະເໜີ 70 ລ້ານປອນໃຫ້ ນິວຄາສເຊິນ ຢູໄນເຕັດ. ແມ່ນແມ່ນວ່າຂໍ້ສະເໜີຄັ້ງທຳອິດອາດຖືກປະຕິເສດ ແຕ່ “ປືນໃຫຍ່” ຍັງໝັ້ນໃຈວ່າຈະປິດດີນີ້ໄດ້. (Fabrizio Romano)
ນອກຈາກນັ້ນ ອາເຊນອລ ຍັງກຳນົດໃຫ້ ເອສຣີ ຄອນຊາ ກອງຫຼັງຂອງ ແອສຕັນ ວິນລາ ເປັນເປົ້າໝາຍຫຼັກໃນການເສີມແນວຮັບ ໂດຍ “ສິງຜະຍອງ” ຕັ້ງຄ່າຕົວໄວ້ທີ່ 60 ລ້ານປອນ. (BBC)
ເຊວຊີ ໃກ້ບັນລຸຂໍ້ຕົກລົງຄວ້າ ມັກຊອງ ລາຄຣົວ ກອງຫຼັງຕົວກາງຂອງ ຄຣິສຕັນ ພາເລຊ ໂດຍຄາດວ່າຄ່າຕົວຈະສູງກວ່າດີລຂອງ ຢານ ພອລ ຟານ ເຮັກເຄ ທີ່ຍ້າຍໄປ ສະເປີ. (Ben Jacobs)
ຄຣິສເຊນຊິໂອ ຊຳເມີວິລ ບັນລຸຂໍ້ຕົກລົງຍ້າຍຈາກ ເວສແຮມ ຢູໄນເຕັດ ໄປຮ່ວມທີມ ອັລ ຮິລານ ດ້ວຍສັນຍາ 4 ປີ ຄ່າຕົວລວມຫຼາຍກວ່າ 70 ລ້ານເອີໂຣ. (The Athletic)
ແມນເຊສເຕີ ຢູໄນເຕັດ ແລະ ນິວຄາສເຊິນ ຢູໄນເຕັດ ຕ່າງສົນໃຈຄວ້າ ດານິໂລ ກອງກາງທີມຊາດບຣາຊິນ ຂອງ ໂບຕາໂຟໂກ. (BBC)









