#ທາງການ #ຫົງແດງຕໍ່ສັນຍາ ເຟຣດດີ້ ວູດແມນ ຮອດປີ 2029
ລິເວີພູລ ປະກາດຕໍ່ສັນຍາໃຫ້ ເຟຣດດີ້ ວູດແມນ ຜູ້ຮັກສາປະຕູມື 3 ຂອງທີມ ອອກໄປຈົນຮອດລະດູຮ້ອນປີ 2029.
ວູດແມນ ກາຍເປັນຄົນທີ່ໄດ້ຮັບຄວາມຮັກຈາກທັງນັກເຕະ ແລະ ທີມງານ ຫຼັງຍ້າຍມາຈາກ ເພຣສຕັນ ເມື່ອປີກາຍ.
ເຈົ້າຕົວກ່າວວ່າ ຮູ້ສຶກດີໃຈຫຼາຍທີ່ໄດ້ຕໍ່ສັນຍາ ແລະ ພູມໃຈທີ່ຈະໄດ້ຢູ່ກັບສະໂມສອນຕໍ່ໄປ ພ້ອມຂອບໃຈແຟນບານ ແລະ ຢືນຢັນວ່າທັງຕົນເອງ ແລະ ຄອບຄົວ ມີຄວາມສຸກຫຼາຍກັບການໄດ້ຢູ່ກັບລິເວີພູລຕໍ່ໄປ.









