ການແຂ່ງຂັນບານເຕະອຸ່ນເຄື່ອງກ່ອນເປີດລະດູການ ລາຍການ Premier League Summer Series 2026 ທີ່ສະຫະລັດ ໃນຕອນເຊົ້າວັນພະຫັດ ທີ 30 ກໍລະກົດ 2026 ລິເວີພູລ ລົງສະໜາມນັດອຸ່ນເຄື່ອງນັດທີ 2 ພົບກັບ ເຣັກແຮມ.
ໃນເກມນີ້ ອັນໂດນີ ອິຣາໂອລາ ກຸນຊືຄົນໃໝ່ຂອງ “ຫົງແດງ” ຈັດທີມແບບຜະສົມຜະສານ ໂດຍໃຫ້ບັນດານັກເຕະດາວຮຸ່ນເປັນແກນຫຼັກ ພ້ອມກັບນັກເຕະຊຸດໃຫຍ່ບາງຄົນ ນຳທີມໂດຍ ໂດມິນິກ ໂຊໂບສະໄລ ແລະ ມິລອສ ເຄີເຄຊ ທີ່ໄດ້ລົງເປັນຕົວຈິງ ຂະນະທີ່ ຮາວີ ເອລລຽດ ຮັບບົດບາດເປັນເພລເມກເກີ ຄອຍສ້າງເກມຮຸກສະໜັບສະໜູນ ລູອິສ ຄູມາສ.









