ຟາບິສ ຮໍວ໌ກິ້ນສ (Fabrice Hawkins) ຜູ້ສື່ຂ່າວຈາກ RMC Sport ລາຍງານວ່າ ໄມເຄິລ ໂອລິເຊ້ (Michael Olise), ປີກໄວອາຍຸ 24 ປີຈາກ ບາເຍິ້ນ ມິວນິກ (Bayern Munich), ກຳລັງກະກຽມທີ່ຈະປຶກສາຫາລືກ່ຽວກັບອະນາຄົດຂອງລາວກັບສະໂມສອນຫຼັງຈາກສຳເລັດໜ້າທີ່ຂອງລາວກັບທີມຊາດຝຣັ່ງໃນການແຂ່ງຂັນເຕະບານໂລກ 2026.
ບົດລາຍງານລະບຸວ່າ ຟໍເຣນຕິໂນ້ ເປເຣສ (Florentino Perez), ປະທານຂອງ Real Madrid, ຊົມເຊີຍຄວາມສາມາດຂອງ ໂອລິເຊ້ ຫຼາຍ. ເຖິງແມ່ນວ່າສະໂມສອນໃນປະຈຸບັນບໍ່ມີແຜນການ, ແຕ່ສະຖານະການອາດຈະປ່ຽນແປງໃນອະນາຄົດ.
ໃນຂະນະດຽວກັນ, ແຫຼ່ງຂ່າວທີ່ໃກ້ຊິດກັບສະຖານະການເປີດເຜີຍວ່າ ຖ້າ ໂອລິເຊ້(Olise ) ສົ່ງສັນຍານເປີດຮັບການໂອນຍ້າຍ ແລະ ໄດ້ຮັບຂໍ້ສະເໜີທີ່ເກີນ 200 ລ້ານຢູໂຣ, Bayern Munich ອາດຈະພິຈາລະນາສະຖານະການຄືນໃໝ່, ເຖິງແມ່ນວ່າສະໂມສອນຕ້ອງການຮັກສານັກເຕະໄວ້.
ນອກຈາກນັ້ນ, ລາຍງານຈາກສື່ມວນຊົນເຢຍລະມັນທີ່ອ້າງວ່າ Kylian Mbappé ກຳລັງພະຍາຍາມຊັກຊວນ Olise ໃຫ້ຍ້າຍໄປ Real Madrid ຍັງບໍ່ໄດ້ຮັບການຢືນຢັນ. ແລະມາຮອດປະຈຸບັນ, ຍັງບໍ່ມີການເຄື່ອນໄຫວທີ່ແນ່ນອນຈາກຝ່າຍໃດ.
ສຳລັບ ໂອລິເຊ້, ລາວມີສັນຍາກັບ Bayern Munich ຈົນຮອດປີ 2029, ແລະສະໂມສອນວາງແຜນທີ່ຈະເຈລະຈາການຕໍ່ສັນຍາໃໝ່ກັບຜູ້ຫຼິ້ນຫຼັງຈາກເຕະບານໂລກ 2026.









