ຂ່າວດ່ວນ | ເປເເອສເຊ່ PSG ປິດຂໍ້ຕົກລົງເພື່ອເຊັນສັນຍາກັບ ລູກ້າ ຕິນ (Lucas Digne), ນຳລາວກັບຄືນສູ່ Ligue 1
ຟາບໍຣິຊິໂອ້ ໂຣມາໂນ່ (Fabrizio Romano), ນັກຂ່າວທີ່ມີຊື່ສຽງ, ລາຍງານວ່າ ລູກ້າ ຕິນ (Lucas Digne)ກອງຫຼັງຊ້າຍ ຊາວຝຣັ່ງອາຍຸ 32 ປີ ໄດ້ບັນລຸຂໍ້ຕົກລົງທາງວາຈາເພື່ອເຂົ້າຮ່ວມ ປາຣິສ (Paris Saint-Germain), ຍັກໃຫຍ່ຂອງ Ligue 1.
ລາຍງານລະບຸວ່າ PSG ໄດ້ແຈ້ງໃຫ້ ແອສຕັນ ວິນລ່າ (Aston Villa), ສະໂມສອນປະຈຸບັນຂອງລາວ, ວ່າພວກເຂົາພ້ອມທີ່ຈະຈ່າຍເງິນຄ່າປ່ອຍຕົວຂອງລາວເພື່ອຊື້ກອງຫຼັງ, ຫຼັງຈາກຈົບພາລະກິດເຕະບານໂລກ. ຄ່າທຳນຽມການໂອນຄາດວ່າຈະຕໍ່າກວ່າ 10 ລ້ານເອີໂຣ.
ຍິ່ງໄປກວ່ານັ້ນ, ກອງຫຼັງຊ້າຍຜູ້ມີປະສົບການຄົນນີ້ພ້ອມທີ່ຈະຮັບເອົາບົດບາດເປັນຜູ້ສຳຮອງໃຫ້ກັບ ນູ່ໂນ່ ເມນເດສ (Nuno Mendes) ໃນຖິ່ນ ປາຣ໌ກ ເດສ໌ ເເພ໊ງຊ໌ ອີກດ້ວຍ .









